ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອູ​ແກຣນ ເລີ່ມ​ຂາດ​ແຄນນ​ອາວຸດ

     ເມື່ອ​ມໍ່ໆມານີ້, “ໜັງສືພິມ​ວໍ​ຊິງ​ຕັນ​ໂພ​​ສ” ລາຍ​ງານ​ວ່າ: ນາຍທະຫານ​ຄົນ​ໜຶ່ງ​ທີ່ຢູ່​ແນວ​ໜ້າ​ຂອງ ​ອູ​ແກຣນ​ບອກ​ໃຫ້​ຮູ້​ຫວ່າງ
ມໍ່ໆ​ນີ້​ວ່າ: ກອງທັບ ​ອູ​ແກຣນ ​ພວມ​ຜະເຊີນ​ໜ້າ​ກັບ​ບັນຫາ​ຂາດ​ແຄນ​ລູກປືນ​ໃຫຍ່​ຢ່າງ​ໜັກໜ່ວງ, ການ​ສະໜັບສະໜູນ​ດ້ານ
ການ​ທະຫານ​ຂອງ​ຕາເວັນຕົກ​ຫຼຸດ​ໜ້ອຍ​ລົງ​ເຮັດ​ໃຫ້​ກອງທັບ​ ອູ​ແກຣນ ​ຂາດ​ແຄນ​ລູກປືນ​ໃຫຍ່ ຈົນ​ຕ້ອງ​ຫຼຸດ​ແນວ​ຣົບ​ລົງ.

     ເວລາ​ຫຼາຍ​ເດືອນ​ຜ່ານ​ມາ​ນີ້, ປະເທດ​ຕາເວັນຕົກ​ເລີ່ມ​ເກີດ “ອາການ​ອ່ອນ​ລ້າ” ທີ່​ສະໜັບສະໜູນ ​ອູ​ແກຣນ ດ້ານ​ການ​ທະ
ຫານ, ການ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ ປາ​ແລັດ​ສະ​ຕິນ ກັບ ອິດ​ສະ​ຣາ​ແອນ ​ເຮັດ​ໃຫ້​ ອາ​ເມ​ຣິ​ກາ ​ຫັນ​ເຫ​ຄວາມ​ສົນໃຈ.

     ​ຕາມ​ການ​ປະ​ເມີນ​ຂອງ​ກຸ່ມ​ນາ​ໂຕ, ກອງທັບ ອູ​ແກຣນ ຕ້ອງ​ຍິງ​ລູກປືນ​ໃຫຍ່ 4.000-7.000 ລູກ​ຕໍ່​ມື້, ໄດ້​ລື່ນ​ກາຍ​ຄວາມ
​ສາມາດ​ຜະລິດ​ຂອງ​ປະເທດ​ຕາເວັນຕົກ. ຫວ່າງ​ມໍ່ໆມານີ້, ທ່ານ​ ໂຈ​ເຊັບ ບໍ​ເຣວ ຫົວໜ້າ​ຝ່າຍ​ນະໂຍບາຍ​ການ​ຕ່າງປະເທດ ແລະ
ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີ​ຣົບ ກ່າວ​ວ່າ: ສະຫະພາບ​ເອີ​ຮົບ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ສະໜອງ​ລູກປືນ​ໃຫຍ່​
ຈຳນວນ 1 ລ້ານ​ລູກ​ໃຫ້​ກັບ​ ອູ​ແກຣນ ​ກ່ອນ​ທ້າຍ​ເດືອນ ​ມີນາ ​ປີໜ້າ​ແມ່ນ​ເປັນ​ໄປ​ບໍ່​ໄດ້​ແລ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023